ຫລວງນ້ຳທາ ຊົດເຊີຍ 77 ຕື້ໃຫ້ແກ່ຜູ້ຖືກກະທົບໂຄງການທາງລົດໄຟ ລາວ-ຈີນ
ຄະນະກຳມະການໄກ່ເກ່ຍຂັ້ນແຂວງຮ່ວມກັບຄະນະຄຸ້ມຄອງໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ໄດ້ຮ່ວມກັນເບີກຈ່າຍເງິນຄ່າຊົດເຊີຍໃຫ້ແກ່ປະຊາຊົນຜູ້ທີ່ໄດ້ຮັບຜົນກະທົບຢູ່ 4 ບ້ານຈຳນວນ 138 ຄອບຄົວມູນຄ່າ 77 ຕື້ກວ່າກີບ.ໃນນັ້ນ,ໄດ້ເບີກຈ່າຍໃຫ້ແກ່ປະຊາຊົນຈຳນວນ 41 ຄອບຄົວ,ໃນງວດທີ່ 1 ຈຳນວນ 28 ຕື້ກວ່າກີບແລະສ່ວນອີກຈຳນວນ 97 ຄອບຄົວມູນຄ່າ 49 ຕື້ກວ່າກີບແມ່ນຈະມອບໃນງວດທີ່ 2.

ໃນວັນທີ່ 02 ພະຈິກ 2018 ນີ້ຢູ່ທີ່ ບ້ານ ນາເຕີຍ ເມືອງ ຫລວງນ້ຳທາ ແຂວງ ຫລວງນ້ຳທາ ໄດ້ຈັດພິທີມອບຮັບເງິນຄ່າຊົດເຊີຍໃຫ້ແກ່ຜູ້ທີ່ໄດ້ຮັບຜົນກະທົບຈາກໂຄງການກໍ່ສ້າງລົດໄຟ
ລາວ-ຈີນ ໂດຍການເຂົ້າຮ່ວມຂອງທ່ານ
ທອງແດງ ສິດທິສົນ ຮອງເລຂາພັກເມືອງ ຮອງເຈົ້າ
ເມືອງຫລວງນ້ຳທາ,ມີທ່ານ ຈັນທະຈອນ ແກ້ວລະຄອນ ຫົວຫນ້າຫ້ອງການປະສານງານທາງ
ລົດໄຟລາວ-ຈີນ ປະຈຳແຂວງຫລວງນ້ຳທາ,ມີຜູ້ຕາງຫນ້າບໍລິສັດທາງລົດໄຟລາວ-ຈີນ
ຈຳກັດ,ນາຍບ້ານ
4 ບ້ານຕະຫລອດຮອດປະຊາຊົນຜູ້ທີ່ໄດ້ຮັບຜົນກະທົບຈາກ
ທາງລົດໄຟລາວ-ຈີນ ເຂົ້າຮ່ວມ.
ທ່ານ ຈັນທະຈອນ
ແກ້ວລະຄອນ ຫົວຫນ້າຫ້ອງການປະສານງານທາງລົດໄຟລາວ-ຈີນ
ປະຈຳແຂວງຫລວງນ້ຳທາໄດ້ຂຶ້ນຜ່ານຂໍ້ຕົກລົງຂອງ
ທ່ານເຈົ້າແຂວງໆຫລວງນ້ຳທາ
ສະບັບເລກທີ 390/ຈຂ
ລົງວັນທີ 28
ມິຖຸນາ 2018 ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດ
ຊອບເບີກຈ່າຍຄ່າຊົດເຊີຍສິ່ງກີດຂວາງໃຫ້ແກ່ຜູ້ທີ່ໄດ້ຮັບຜົນກະທົບຈາກໂຄງການກໍ່
ສ້າງລົດໄຟລາວ-ຈີນ
ໄລຍະຜ່ານແຂວງຫລວງນ້ຳທາ ງວດທີ 1 ແລະ ງວດທີ 2 ຄະນະ
ກຳມະການໄກ່ເກ່ຍຂັ້ນແຂວງ
ໄດ້ສົມທົບຄະນະຄຸ້ມຄອງຂອງການກໍ່ສ້າງທາງລົດໄຟ
ລາວ-ຈີນ
ໄດ້ຮ່ວມກັນຈັດອັນດັບບຸລິມາສິດທີ 1 ເພື່ອເປັນເອກະສານອ້າງອີ່ງໃນການ
ຈ່າຍເງິນຄ່າຊົດເຊີຍໃຫ້ແກ່ປະຊາຊົນຜູ້ທີ່ໄດ້ຮັບຜົນກະທົບຢູ່
4 ບ້ານຄື:ບ້ານ ບໍ່ເຕ່ນ,
ບ້ານ
ບໍ່ປຽດ,ບ້ານ
ຕີນຕົກແລະບ້ານ ນາເຕີນ ຈຳນວນ 138 ຄອບຄົວມູນຄ່າ 77 ຕື້
ກວ່າກີບ,ໄດ້ເບີກຈ່າຍໃຫ້ແກ່ປະຊາຊົນຈຳນວນ
41 ຄອບຄົວ,ໃນງວດທີ 1 ຈຳນວນ
28 ຕື້ກວ່າກີບແລະງວດທີ 2 ຈຳນວນ 97 ຄອບຄົວມູນຄ່າ
49 ຕື້ກວ່າກີບ ເຊິ່ງກ່າວ
ມອບໂດຍ ທ່ານ ທອງແດງ ສິດທິສົນ ຮອງເລຂາພັກເມືອງ
ຮອງເຈົ້າເມືອງໆຫລວງນ້ຳທາ.
ຂໍຂອບໃຈຂໍ້ມູນຈາກ:[ ຂ່າວ: ອຸ້ມ ສົມນໍວັນ ]
ไม่มีความคิดเห็น:
แสดงความคิดเห็น