ນິທານ

                                     ເລື່ອງ: ລູກຊາຍດຽວ

                             ຂຽນໂດຍ: ສີພອນ ແສງວັນດີ
     ຄາວກ່ອນກີ້ມີຄອບຄົວຫນຶ່ງມີລູກຊາຍຜູ່ດຽວຊື່ທ້າວ ນ້ອຍ,ເຊິ່ງພໍ່ແມ່ມັກເອົາໃຈຖະນຸ
ຖະຫນອມດູແລຕະຫລອດເວລາຈົນທ້າວ ນ້ອຍໃຫຍ່ເປັນບ່າວສ່ວນພໍ່ແລະແມ່ກໍ່ເລີ່ມມີ
ອັນເຈັບໄຂ້ໄດ້ປ່ວຍເຖົ້າແກ່ໄປເລື້ອຍໆ.ມື້ຫນຶ່ງພໍ່ແມ່ຈຶ່ງລົມລູກຊາຍວ່າ:ລູກເອີຍ! ໄປ
ຊອກເອົາເມຍສາ ພໍ່ແມ່ເຖົ້າແກ່ຫລາຍແລ້ວ ຈັກຫນ້ອຍພໍ່ແມ່ຈະບໍ່ໄດ້ຢູ່ນຳແລ້ວໄດ໋”,
ແຕ່ລູກຊາຍສຳພັດບໍ່ຢາກໄດ້ເມຍຈຶ່ງຮ້າຍໃຫ້ພໍ່ແມ່ວ່າ: ເອີ! ພໍ່ກັບແມ່ຢາກຢູ່ໃສກໍ່ໄປ
ຢູ່ໂລດ,ສ່ວນລູກຢາກຢູ່ຄົນດຽວແລະບໍ່ຢາກໄດ້ຜູ່ຍິງຄົນໃດມາຢູ່ນຳລູກອີກແມ່ຈຶ່ງເວົ້າ
ຂຶ້ນວ່າ: ເປັນຫຍັງລູກຄືເວົ້າແບບນັ້ນລູກບໍ່ຄິດເປັນຫ່ວງພໍ່ແມ່ແດ່ບໍ? ແມ່ເມື່ອຍເຮັດວຽກ
ບ້ານການເຮືອນແລ້ວໄດ໋! ແມ່ຢາກໄດ້ລູກໃພ້ຈັກຄົນມາເຮັດວຽກປ່ຽນມືແມ່ແດ່ລູກຊາຍ
ເວົ້າວ່າ: ຖ້າແມ່ເມື່ອຍແລະຂີ້ຄ້ານແທ້ໆນັບແຕ່ມື້ນີ້ເປັນຕົ້ນໄປແມ່ບໍ່ຕ້ອງເຮັດຫຍັງ! ລູກ
ສິເຮັດເອງເວົ້າແລ້ວລາວກໍລຸກຍ່າງຫນີໄປແບບໃຈຮ້າຍ.
    ພໍຮອດຕອນເຊົ້າມາລາວກໍຮີບຕື່ນຈາກບ່ອນນອນໄປຕັກນ້ຳແຕ່ເຊົ້າໆເມື່ອລາວຫາບ
ນ້ຳກັບມາຮອດກາງບ້ານ ມີຜູ່ສາວງາມຄົນຫນຶ່ງກຳລັງແຕ່ງຕົວຢູ່ລາວຫລຽວຫນ້າເບິ່ງທັງ
ຍ່າງໄປນຳ ບັງເອີນສາວຄົນນັ້ນນັ່ງລົງຢູ່ຫົວຂັ້ນໄດແລ້ວປະຂອງສຳຄັນຂອງຜູ່ສາວຄົນນັ້ນ
ລາວກໍຂຶ້ນໃຈຢາກໄດ້ເມຍພ້ອມ,ຈົນອົດໃຈບໍ່ໄດ້ຈຶ່ງຟ້າວແລ່ນໄປເຮືອນ ພໍມາຮອດລາວ
ໄດ້ບອກແມ່ຢ່າງແຮງແລະຕື່ນເຕັ້ນວ່າ: ແມ່! ແມ່! ແມ່! ລູກຢາກໄດ້ເມຍ! ລູກຢາກໄດ້ເມຍ
ແລ້ວແມ່!ຜູ່ເປັນແມ່ທັງສັ່ນທັງເຊັນພ້ອມເວົ້າຂຶ້ນວ່າ: ໂອຍ! ລູກເອີຍ! ແມ່ຕົກໃຈຈົນໃຈຊິ
ຂາດແລ້ວ! ຄິດວ່າລູກໄປພົບອັນຕະລາຍມາຊັ້ນດ໋ອກ! ມັນແມ່ນຫຍັງເກ໋າະ!ແມ່ຖາມ,ຜູ່
ເປັນລູກເວົ້າຂຶ້ນວ່າ: ແມ່ລູກເຫັນຂອງຜູ່ສາວແລ້ວ!ແມ່ຖາມຕໍ່ວ່າ: ລູກເຫັນຫຍັງ? ຂອງ
ໃຜ? ຢູ່ໃສ?”
     ລູກເຫັນຂອງຜູ່ສາວຢູ່ເຮືອນຫລັງລຸ່ມຫັ້ນເດ! ແມ່ໄປສູ່ຂໍເອົານາງໃຫ້ລູກດຽວນີ້ໄດ້ບໍ!”
ລູກເວົ້າ,ເມື່ອແມ່ເຂົ້າໃຈສິ່ງທີ່ລູກຕ້ອງການແມ່ຈຶ່ງເວົ້າວ່າ: “ອົດເອົາກ່ອນລູກເອີຍ ພໍ່ແມ່
ຂອງເພິ່ນບໍ່ຢູ່ເຮືອນໄດ໋ ລໍຖ້າພໍ່ແມ່ຂອງເພິ່ນມາກ່ອນທ້າວນ້ອຍຈຳເປັນໄດ້ລໍຖ້າຈົນພໍ່ແມ່
ຂອງນາງເລີກວຽກມາ.
     ເມື່ອພໍ່ແມ່ຂອງຜູ່ສາວເລີກວຽກມາແລ້ວທາງຝ່າຍພໍ່ແມ່ຂອງທ້າວນ້ອຍກໍໄປຂໍເອົານາງ
ໃຫ້ລາວທັນທີຍ້ອນເຂົາເຈົ້າເປັນຄົນທີ່ມີມູນມັງຫລາຍແລະມີລູກຊາຍພຽງຄົນດຽວເທົ່ານັ້ນ,
ພ້ອມດຽວກັນພໍ່ແລະແມ່ຂອງຝ່າຍຍິງກໍຢາກໄດ້ລູກເຂີຍມາຊ່ວຍງານ.ສະນັ້ນພວກເຂົາຈຶ່ງ
ຕົກລົງຍົກລູກສາວຂອງຕົນໃຫ້ທ້າວນ້ອຍ,ທັງສອງແຕ່ງງານກັນແລະຕົກລົງໃຫ້ທ້າວນ້ອຍ
ຢູ່ເຮືອນເມຍຊົ່ວຄາວ.
   ຕອນແລງມື້ຫນຶ່ງສອງຜົວເມຍໄດ້ແບ່ງວຽກກັນ,ຜົວຖືກຄົວກິນແລະເມຍຖືກເກືອຫມູ.ລາວ
ພຽງແຕ່ຕົ້ມນ້ຳປະໄວ້ແລະຄິດແຕ່ຢາກມີຄວາມສຸກນຳເມຍຈຶ່ງແລ່ນລົງໄປຖາມເມຍວ່າ: “ນ້ອງ
ກຳລັງເຮັດຫຍັງຢູ່?ຄືດົນແທ້?” ເມຍຕອບວ່າ: “ນ້ອງຍັງເກືອຫມູບໍ່ແລ້ວເທື່ອເມື່ອໄດ້ຍິນເມຍ
ເວົ້າແບບນັ້ນ ລາວກໍຟ້າວກັບໄປຄົວກິນຕໍ່.
    ລາວໄດ້ແຕ່ຕັດຕ່ອນຊີ້ນໃສ່ຫມໍ້ແລ້ວກໍແລ່ນລົງມາຖາມເມຍອີກວ່າ: “ນ້ອງເກືອຫມູຫມົດແລ້ວ
ບໍ?” ເມຍຕອບວ່າ: “ຍັງບໍຫມົດເທື່ອເມຍຖາມຄືນວ່າ: “ອ້າຍເດ! ຄົວກິນສຸກແລ້ວບໍ?” ພໍເມຍ
ຖາມລາວກໍບໍເວົ້າຫຍັງອີກ ລາວຟ້າວແລ່ນກັບມາຄົວກິນຕໍ່ແລ້ວຫ້າງພາເຂົ້າໄວ້ຖ້າເມຍເພື່ອບໍ
ໃຫ້ເສຍເວລາອີກຕື່ມ.ແຕ່ແນມເບິ່ງເມຍຍັງບໍເຫັນມາເທື່ອລາວຄິດຈະລົງໄປອູ້ມເອົາເມຍຂຶ້ນມາ
ກິນເຂົ້າ,ລາວມີແຕ່ສົ່ງສາຍຕາແນມໄປເບິ່ງເມຍແລະລຸກຍ່າງໄປຫາຫົວຂັ້ນໄດໂດຍບໍໄດ້ລະວັງ
ຕີນຂອງລາວຍ່າງໄປພະລິກຂັ້ນໄດເລີຍຕົກລົງມາຢ່າງແຮງສຽງດັງ ບຶບ! ທັງຮ້ອງ ເອີ!...ໂອຍ
ເຈັບເດຜູ່ເປັນເມຍກໍຫລຽວມາເບິ່ງແລະຮ້ອງຂຶ້ນຢ່າງແຮງ: “ໂອຍ! ຕາຍແລ້ວ! ຕາຍແລ້ວ!”
 ເມຍແລ່ນໄປຍົກເອົາຜົວແລ້ວຄ່ອຍໆໂຊມເອົາລາວຂຶ້ນເທິງເຮືອນ.ແຕ່ແທ້ຈິ່ງທ້າວນ້ອຍບໍເຈັບ
ພໍປານໃດຈຶ່ງຊວນເມຍກິນເຂົ້າເພື່ອບໍໃຫ້ເສຍເວລາ.ເມື່ອກິນເຂົ້າແລງແລ້ວ ລາວຮີບມ້ຽນພາ
ເຂົ້າເພື່ອຈະໄດ້ພາເມຍເຂົ້ານອນໄວໆ ບັງເອີນກ່ອນຊິເຂົ້ານອນກໍມີພີ່ນ້ອງບ້ານໃກ້ເຮືອນຄຽງ
ຂຶ້ນມາຢ້ຽມຢາມຖາມຂ່າວ ຕ້ອນຮັບລູກເຂີຍໃຫມ່,ລາວຈຶ່ງໄດ້ອົດຕ້ອນຮັບເຂົາເຈົ້າບຶດຫນຶ່ງ
ເພື່ອບໍເປັນການເສຍມາລະຍາດ,ແຕ່ພວກພີ່ນ້ອງຊ້ຳພັດຢູ່ດົນເກີນໄປ.ລາວຈຶ່ງໃຈຮ້າຍຈົນອົດ
ກັ້ນບໍຢູ່ຈຶ່ງເວົ້າຂຶ້ນວ່າ: “ພວກເຈົ້າກໍຄວນຮູ້ແດ່ແມ້! ວ່າຜົວໃຫມ່ເມຍໃຫມ່ທີ່ຫາກໍແຕ່ງດອງກັນ
ເຂົາກໍຢາກຫລັບລະບໍ!” ເວົ້າແລ້ວກໍເຂົ້າໄປນອນກ່ອນເມຍເມື່ອເຫັນເປັນແນວນັ້ນພວກຄົນທີ່
ມາຢາມກໍພາກັນຄອບລາກັບບ້ານ ແລ້ວເມຍກໍເຂົ້າໄປນອນນຳຜົວ,ພວກເຂົາຢອກໄຍກັນຫມົດ
ຄືນໂດຍບໍ່ໄດ້ຫລັບໄດ້ນອນຈົນວ່າໄກ່ຂັນກົກ ເມຍເລີຍບອກຜົວວ່າ: “ນ້ອງລຸກເຮັດວຽກເຮືອນ
ກ່ອນເດີໄກ່ຂັນແລ້ວເວົ້າແລ້ວເມຍກໍລຸກໄປ.ຜູ່ເປັນເມຍເຮັດວຽກຍ່າງໄປໆ ມາໆ ສ່ວຍທ້າວນ້ອຍ
ກໍຍັງແນມເບິ່ງແຕ່ເມຍ,ເມື່ອລາວເຫັນເມຍຄ້າງຫມໍ້ຫນຶ້ງເຂົ້າແລ້ວຈຶ່ງເອີ້ນເມຍເຂົ້າໄປຫາແລະ
ຢອກໄຍກັນຕໍ່,ບໍ່ດົນເມຍໄດ້ຫລຽວອອກມາເບິ່ງຫມໍ້ຫນຶ້ງເຂົ້າແລ້ວເຫັນໄຟມອດຫມົດເມຍຈຶ່ງ
ເວົ້າກັບຜົວວ່າ: “ພໍເທົ່ານີ້ກ່ອນເນາະອ້າຍນ້ອງມີວຽກຫລາຍທີ່ຈະເຮັດໄດ໋”.ເວົ້າແລ້ວເມຍກໍລຸກ
ໄປເຮັດວຽກຕໍ່,ເມຍໄດ້ກຽມເອົາບັ້ງຈະໄປຕັກນ້ຳແລະໄດ້ປຸກແມ່ເຖົ້າມາປ່ຽນນັ້ນທ້າວນ້ອຍກຳ
ລັງນອນຫລັບຢູ່ ເມື່ອລາວຊວດຕື່ນຂຶ້ນມາເຫັນແມ່ເຖົ້ານັ່ງຢູ່ເຕົາໄຟ ລາວຄິດວ່າແມ່ນເມຍຕົນ
ເອງຈຶ່ງລຸກຍ່າງອອກມາຫາແລ້ວຈັບຫົວແມ່ເຖົ້າສັ່ນໆພ້ອມເວົ້າວ່າ :“ໂອຍ! ສ່ຳນີ້ລ້າໆ! ເຮັດຄື
ວ່າດີໃຈແທ້ເນາະ!” ເວົ້າແລ້ວແມ່ເຖົ້າກໍຫລຽວຫນ້າມາເຮັດໃຫ້ລູກເຂີຍຕົກໃຈເພາະບໍໄດ້ຄິດວ່າ
ຈະແມ່ນແມ່ເຖົ້າ ລາວຮູ້ສຶກອາຍບໍຮູ້ຈະແກ້ຕົວແນວໃດດີຈຶ່ງເວົ້າຂຶ້ນວ່າ: “ໂອຍ! ໄປຊອກຫາຍິງ
ນົກຍິງຮອກກ່ອນເວີຍ”. ເວົ້າແລ້ວລາວກໍຍ່າງໄປຈັບເອົາປືນແລ້ວຟ້າວຍ່າງເຂົ້າໄປໃນປ່າເພື່ອ
ຫລົບຫນີໃຫ້ພົ້ນຫນ້າແມ່ເຖົ້າ.
    ລາວຍ່າງຂຶ້ນພູໄປທັງເມື່ອຍທັງຢາກນ້ຳ,ລາວຫລຽວເຫັນຕໍໄມ້ຈຶ່ງຍ່າງເຂົ້າໄປເພື່ອຈະພັກຜ່ອນ
ເອົາແຮງ ແຕ່ບັງເອີນຕໍໄມ້ນັ້ນຊ້ຳພັດເປັນຕໍໄມ້ໂດກ ລາວບໍຮູ້ແລະອິດເມື່ອຍຫລາຍຈຶ່ງໄດ້ນັ່ງລົງ
ແລ້ວອີງຕໍໄມ້ນັ້ນຢາງແຮງເຮັດໃຫ້ຕໍໄມ້ໂດກຫັກລົງໄປຖືກຟານທີ່ກຳລັງນອນຢູ່ອີກເບື້ອງຫນຶ່ງ
ຂອງຕໍໄມ້ຟານຕື່ນແລະເມົາຫລາຍເຕີບເພາະຖືກຕໍໄມ້ຟາດຫົວ ມັນຈຶ່ງໂດດຢາງແຮງຈົນໄປຄາ
ຢູ່ພຸ່ມໄມ້ທ້າວນ້ອຍເຫັນຈຶ່ງຟ້າວຈັບເອົາປືນມາຍິງຟານໂຕນັ້ນຈົນຕາຍຄາທີ່.ເມື່ອໄດ້ຟານມາ
ລາວກໍຄິດວ່າ: “ຊິເອົາໄປທາງໃດດີນໍ! ເອົາໄປໃຫ້ພໍ່ແມ່ຕົນເອງເພິ່ນກໍມີພໍແລ້ວລາວຈຶ່ງຕັດສິນ
ໃຈເອົາໄປຫາເມຍເພື່ອຈະແກ້ຄວາມອາຍທີ່ຕົນເອງໄດ້ລ່ວງເກີນແມ່ເຖົ້າ.
    ເມື່ອໃກ້ຊິຮອດເຮືອນລາວໄດ້ຍິນສຽງຄົນລົມກັນຢ່າງສະຫນັ່ນຫວັ່ນໄຫວແລະໄດ້ຍິນສຽງແມ່
ເຖົ້າເວົ້າຂຶ້ນວ່າ: “ຖ້າເບິ່ງເດີ! ມັນກັບມາມື້ໃດຂ້ອຍຊິວິຈານມັນຕໍ່ຫນ້າທຸກຄົນແລະສັ່ງສອນມັນຄືນ
 ເປັນແນວໃດຄືບໍເຄົາລົບພໍ່ແມ່ລຸງຕາຈັກຫນ້ອຍ ເມື່ອແມ່ເຖົ້າເວົ້າແນວນັ້ນລາວຈຶ່ງຢືນຊຶ່ງຢູ່ຂ້າງ
ປະຕູບໍ່ກ້າເຂົ້າເຮືອນ ພໍດີມີຊາຍຄົນຫນຶ່ງຍ່າງມາເຫັນທ້າວນ້ອຍກຳລັງລັກຟັງຄົນພາຍໃນເຮືອນ
ລົມກັນຢູ່ລາວຈຶ່ງຄ່ອຍໆຍ່າງເຂົ້າໄປທາງຫລັງຂອງທ້າວນ້ອຍແລະເທິກລາວຢ່າງແຮງລາວຕົກ
ໃຈເລີຍພະລາດແລ່ນເຂົ້າໄປໃນເຮືອນຢ່າງບໍ່ຮູ້ຕົວເມື່ອພວກເຖົ້າແກ່ແນວໂຮມທີ່ນັ່ງຢູ່ເຕັມເຮືອນ
ເຫັນລາວໄດ້ຟານມາກໍພາກັນຊຶ້ງບໍເວົ້າຫຍັງເລີຍເມຍທ້າວນ້ອຍຈຶ່ງເວົ້າຂຶ້ນວ່າ: “ຂ້ອຍບອກໃຫ້
ລາວຕື່ນແຕ່ເຊົ້າໄປເລາະລ່າສັດ ແຕ່ແມ່ກໍບໍຟັງຫຍັງ ເອົາແຕ່ປ້ອຍດ່າວ່າໃຫ້ລາວເຫັນບໍລະ!
ລາວໄດ້ຫຍັງມາ”. ພວກເຖົ້າແກ່ແນວໂຮມການຈັດຕັ້ງບ້ານເຫັນເປັນດັ່ງທີ່ເມຍລາວເວົ້າມາຈຶ່ງ
ເຊົ່າ ບໍເວົ້າຫຍັງອີກຕໍ່ໄປພວກເຂົາທັງຫມົດພາກັນຄົວຟານທີ່ລາວໄດ້ນັ້ນກິນນຳກັນຢ່າງເບີກບານ
ມ່ວນຊື່ນ ສ່ວນແມ່ເຖົ້າກໍຮັກແພງລູກເຂີຍຄືນຄືເກົ່າ.




ເລື່ອງ: “ ນາງໄຂ່ຟ້າ
ສຳນັກງານ: ອ້າຍຫນູນ້ອຍ
ຮຽບຮຽງໂດຍ: ແສງຈັນ ປະດິດ
ແຕ່ກີ້ແຕ່ກ່ອນຍັງມີຊາຍກ່ຳພ້າທຸກໄຮ້ຄົນຫນຶ່ງອາໄສຢູ່ນຳຍ່າ ຊາຍກ່ຳພ້າຄົນັ້ນຫາລ້ຽງຊີບດ້ວຍການຊອກປູຫາປາຕາມຫ້ວຍຮ່ອງຄອງບຶງເພື່ອມາລ້ຽງຊີວິດຕົນເອງ ແລະ ຍ່າໄປວັນໆ. ມື້ຫນຶ່ງກ່ຳພ້າເຫັນຫມູ່ໄປໃສ່ໄຊໄດ້ປາມາຫລາຍ ລາວຈຶ່ງມາຂໍຮ້ອງໃຫ້ຍ່າສານໄຊໃຫ້, ແຕ່ຍ່າວ່າບໍ່ມີຕອກຈະສານໄຊມີແຕ່ເສັ້ນຜົມເທົ່ານັ້ນຖ້າຫລານສານໄຊເປັນ ຍ່າກໍຈະຫລົກຜົມໃຫ້. ເມື່ອໄດ້ຍິນຍ່າເວົ້າແນວນັ້ນກ່ຳພ້າກໍຕອບວ່າ: ຖ້າຍ່າຫລົກຜົມໃຫ້ຫລານຈະພະຍາຍາມທົດລອງສານເບິ່ງວ່າເສັ້ນຜົມຂອງຍ່າຈະສານໄຊເປັນຄືເສັ້ນຕອກ ຫລື ບໍ່ ?
ເມື່ອໄດ້ເສັ້ນຜົມຈາກຍ່າແລ້ວກ່ຳພ້າກໍເອົາມາສານເປັນໄຊ, ແຕ່ເປັນຕາງຶດງໍ້ທີ່ລາວສາມາດໃຊ້ເສັ້ນຜົມຂອງຍ່າສານໄຊໄດ້ຄືກັນກັບເສັ້ນຕອກທົ່ວໄປ.ເມື່ອສານໄຊແລ້ວຊາຍກ່ຳພ້າກໍເອົາໄຊເພື່ອໄປໃສ່ຕາມຫ້ວຍຮ່ອງ,ແຄມແມ່ນ້ຳຕ່າງໆ.ແຕ່ລາວຈະວາງໄຊໃສ່ບ່ອນໃດຫມູ່ກໍບອກວ່າ:“ບ່ອນນັ້ນແມ່ນຄອນໄຊອີ່ພໍ່ຂ້ອຍໄດ໋ກຳພ້າວາງໄຊໃສ່ບ່ອນໃດຫມູ່ກໍເວົ້າຄືກັນ.ເມື່ອຫມູ່ເວົ້າແນວນັ້ນກຳພ້າຈຶ່ງຖາມຫມູ່ວ່າ:“ຄັນຊັ້ນຄອນໄຊອີ່ພໍ່ຂອງຂ້ອຍຢູ່ໃສ?”ຫມູ່ຕອບກຳພ້າວ່າ:“ຄອນໄຊອີ່ພໍ່ເຈົ້າຢູ່ປາຍໄມ້ພຸ້ນຍ້ອນຄວາມຊື່ເມື່ອໄດ້ຍິນຫມູ່ບອກແນວນັ້ນຊາຍກຳພ້າກໍປີນຂຶ້ນກົກໄມ້; ພໍຮອດປາຍກົກໄມ້ໃຫຍ່ກຳພ້າກໍວາງໄຊລົງໃສ່ງ່າມກົກໄມ້ໃຫຍ່ແລ້ວກໍກັບເມື່ອບ້ານ.
ພະຍາອິນຢູ່ເທິງສະຫວັນໄດ້ເຫັນເຫດການທຸກຢ່າງຂອງທ້າວກຳພ້າຈຶ່ງເກີດຄວາມອີ່ດູຕົນ ເພິ່ນຈຶ່ງເອີ້ນລູກສາວຫລ້າພ້ອມດ້ວຍສາວສະຫນົມຮ້ອຍຄົນມາຫາ,ເພື່ອຈະໃຫ້ລົງໄປຊ່ວຍກຳພ້າ ແລະ ຜູ່ເປັນຍ່າ.ພະຍາອິນໄດ້ເວົ້ານຳລູກສາວຫລ້າວ່າ:“ລູກຮັກຂອງພໍ່ເອີຍ!”ພໍ່ຈະເອົາແຫວນທຳມະໂລງສັກສິດວົງນີ້ພ້ອມດ້ວຍສາວສະຫນົມອີກຮ້ອຍຄົນໃຫ້ລູກເພື່ອລົງໄປຊ່ວຍກຳພ້າຜູ້ຊື່ສັດ ແລະ ຍ່າຜູ້ແກ່ຊະລາເດີ.
ເມື່ອໄດ້ຮັບການມອບຫມາຍຈາກພໍ່ລູກສາວຫລ້າກໍຕົກລົງຮັບປາກທັນທີ,ຫລັງຈາກທີ່ລູກສາວຫລ້າຕົກລົງແນວນັ້ນແລ້ວພະຍາອິນຈຶ່ງເສກຄາຖາໃຫ້ລູກສາວຫລ້າພ້ອມດ້ວຍນາງສະຫນົມຮ້ອຍຄົນເຂົ້າໄປຢູ່ໃນປໍ້ໄຂ່ແລ້ວຈຶ່ງຢ່ອນມາໃສ່ໄຊຂອງຊາຍກຳພ້າ.
ມື້ຕໍ່ມາຊາຍກຳພ້າກໍໄປຢາມໄຊ ເຮັດໃຫ້ລາວດີໃຈຫລາຍທີ່ໃນໄຊຂອງລາວມີໄຂ່ຫນ່ວຍບັກໃຫຍ່ໆຊາຍກຳພ້າຈຶ່ງເອົາໄຂ່ຫນ່ວຍນັ້ນເມື່ອໄວ້ເທິງຫິ້ງບູຊາ ແລະ ເຝົ້າຮັກສາມັນຢ່າງຖະຫນຸຖະຫນອມ,ມື້ຫນຶ່ງເມື່ອຊາຍກຳພ້າ ແລະ ຍ່າກັບມາແຕ່ຫາກິນກໍເຫັນພາເຂົ້າຫ້າງໄວ້ຢ່າງຮຽບຮ້ອຍຢູ່ກາງເຮືອນ,ເຮືອນຊານ ເດີນບ້ານກໍສະອາດງາມຕາ,ຊາຍກຳພ້າ ແລະ ຍ່າຮູ້ສຶກແປກໃຈຫລາຍ.ຫລັງຈາກມື້ນັ້ນເຫດການອັນແປກປະຫລາດນີ້ກໍເກີດຂຶ້ນຢ່າງລຽນຕິດ, ຍ່າແລະ ຫລານຈຶ່ງພ້ອມກັນວາງແຜນເພື່ອລັກຊອມເບິ່ງວ່າແມ່ນຫຍັງເກີດຂຶ້ນກັນແທ້.
ພໍຮຸ່ງເຊົ້າມື້ຕໍ່ມາຊາຍກຳພ້າແລະຍ່າກໍທຳທ່າພາກັນອອກໄປຫາກິນຄືດັ່ງທຸກໆວັນ,ແຕ່ເທື່ອນີ້ກຳພ້າບໍໄປໄກລາວລັກໄປຈອບຢູ່ແຄມປ່າໃກ້ໆເຮືອນເພື່ອຊອມເບິ່ງວ່າແມ່ນໃຜມາຫ້າງພາເຂົ້າໄວ້ຖ້າຕົນບໍ່ດົນກຳພ້າກໍເຫັນຍິງສາວທີ່ສວຍງາມພ້ອມດ້ວຍສະຫນົມທັງຫລາຍທະຍອຍກັນອອກມາຈາກປໍ້ໄຂ່ທີ່ລາວເອົາໄວ້ເທິງຫິ້ງບູຊາ ເມື່ອເຫັນເຫດການແນວນັ້ນ,ກຳພ້າກໍຮີບຟ້າວຢ່ອງໆເຂົ້າໄປທັບປໍ້ໄຂ່ທັນທີ.
ເມື່ອບົວລະບັດປັດເປົ່າຢ້າວເຮືອນໃຫ້ສະອາດ ແລະ ຫ້າງຫາອາຫານສຳເລັດຮຽບຮ້ອຍແລ້ວ ລູກສາວພະຍາອິນພ້ອມທັງນາງສະຫນົມກໍຮິບແລ່ນມາຫາປໍ້ໄຂ່ຂອງພວກຕົນແຕ່ທຸກຄົນກໍຕ້ອງຕົກສະເງີ້ໄປຕາມໆກັນ ແລະ ບໍຮູ້ວ່າຊິເຮັດແນວໃດເມື່ອເຫັນປໍ້ໄຂ່ຖືກທັບຈົນມຸ່ນ ໃນຂະນະນັ້ນກຳພ້າກໍອອກມາຈາກບ່ອນລີ້ທັງຂໍຮ້ອງໃຫ້ລູກສາວພະຍາອິນພ້ອມດ້ວຍນາງສະຫນົມໃຫ້ຢູ່ກັບພວກຕົນເພື່ອຊ່ວຍກັນທຳມາຫາກິນ.ເມື່ອປໍ້ໄຂ່ອັນເປັນທີ່ຢູ່ຂອງພວກນາງຖືກທັບພ້ອມກັບຄຳຂໍຮ້ອງຂອງຊາຍກຳພ້າ,ລູກສາວພະຍາອິນຈຶ່ງຕົກລົງຮ່ວມໃຊ້ຊີວິດຢູ່ນຳຊາຍກຳພ້າທັງສອງໄດ້ກາຍເປັນຜົວເມຍທີ່ອົບອຸ່ນຄອຍລ້ຽງ-ດູແລຍ່າຜູ້ແກ່ຊະລາ ແລະ ມີນາງສະຫນົມຊ່ວຍວຽກບ້ານການງານຢ່າງມີຄວາມສຸກ.
ວັນຫນຶ່ງຄວາມງາມຂອງນາງໄດ້ລືຊ່າໄປເຖິງຫູຂອງພະຍາເຈົ້າເມືອງເຮັດໃຫ້ພະຍາຢາກໄດ້ນາງມາເປັນມະເຫສີ ພະຍາຈຶ່ງວ່າງແຜນເພື່ອໃຫ້ທ້າວກຳພ້າຍ່ອມມອບເມຍໃຫ້ຕົນເອງ ໂດຍການທ້າພະນັນກັບຊາຍກຳພ້າ ພະຍາເຈົ້າເມືອງໄດ້ພະນັນທຸກຢ່າງທີ່ສາມາດເຮັດໄດ້,ແຕ່ກໍເອົາຊະນະກຳພ້າບໍໄດ້ຈັກເທືອ ສັດທຸກປະເພດທີ່ຢູ່ໃຕ້ຟ້າເມືອງຄົນເຊິ່ງພະຍາເຈົ້າເມືອງເອົາມາພະນັນໄດ້ຕາຍກອງກັນຈົນສູງພຽງປາຍຕານ.ເມື່ອບໍມີທາງເອົາຊະນະການພະນັນນັ້ນໄດ້ພະຍາເຈົ້າເມືອງຈຶ່ງໃຊ້ອຳນາດບັງຄັບໃຫ້ກຳພ້າກິນສັດທີຕາຍກອງກັນນັ້ນໃຫ້ຫມົດພາຍໃນມື້ດຽວຖ້າບໍ່ຫມົດຈະເອົາເມຍກຳພ້າມາເປັນເມຍຂອງຕົນ.
ເມື່ອເມຍກຳພ້າຮູ້ເຫດການຄືແນວນັ້ນນາງກໍປິ່ນແຫວນທຳມະໂລງໄປທາງທິດຕາເວັນອອກແລ້ວອະທິຖານໃຫ້ຝູງສັດຕ່າງໆລວມທັງນົກຫນູປູປີກໃຫ້ມາຊ່ວຍກິນສັດທີ່ຕາຍກອງກັນນັ້ນໃຫ້ຫມົດ ສັດທັງຫລາຍບາງຜ່ອງກໍມາຈົນມືດຟ້າມົວດິນພຽງເຄິ່ງມື້ສັດທີ່ກອງກັນສູງພຽງຕົ້ນຕານກໍຫມົດບໍເຫລືອແມ່ນແຕ່ກະດູກ.
ກ່າວເຖິງພະຍາເຈົ້າເມືອງທີ່ລໍຖ້າຢູ່ໃນວັງກໍຍິ້ມເປີ້ຍໆດ້ວຍຄວາມດີໃຈຫ່ອມໆຄິດວ່າແນວໃດຄາວນີ້ຈະຕ້ອງໄດ້ເມຍຂອງກຳພ້າມາແນ່ນອນແລ້ວ ເມື່ອຮອດກຳນົດວັນນັດຫມາຍພະຍາເຈົ້າເມືອງກໍຮີບກັບມາເບິ່ງວ່າກຳພ້າຈະມີປັນຍາກິນສັດທີ່ຕາຍກອງກັນນັ້ນຫມົດຫລືບໍ່ ແຕ່ພໍມາເຖິງພະຍາກໍຕ້ອງແປກໃຈເພາະສັດທີ່ເຫັນເປັນກອງສູງບັດນີ້ບໍ່ເຫັນແມ່ນແຕ່ໂຕດຽວ.
ເຖິງປານນັ້ນພະຍາກໍຍັງບໍຍ່ອມຂຶ່ງຂໍທ້າຊ່ວງເຮືອກັບກຳພ້າເປັນຄັ້ງສຸດທ້າຍ. ເທື່ອນີ້ລູກສາວພະຍາອິນກໍໄດ້ປິ່ນແຫວນທຳມະໂລງລົງໃສ່ວັງນ້ຳພ້ອມຄຳອະທິຖານ, ພະຍານາກໂຕບັກໃຫຍ່ກໍໄດ້ແປງກາຍມາເປັນເຮືອໃຫ້ກຳພ້າ ເຮືອຂອງພະຍາເຈົ້າເມືອງນັ້ນລຳໃຫຍ່ພ້ອມທັງມີຄົນພາຍຜູ້ເຂັ້ມແຂງຫລາຍຄົນ,ສ່ວນເຮືອຂອງກຳພ້າມີພຽງສອງຄົນເມຍຢູ່ຫົວຜົວຂັດທ້າຍ. ກ່ອນຈະເຂົ້າແຂ່ງທ້າວກຳພ້າໄດ້ເຊີ້ງເຍີ້ຍພະຍາວ່າ:
ເຈີ້ຍເທື່ອນີ້                ເຈີ້ຍທ້າຕັັກແຕນ
ເຈີ້ຍເທື່ອນີ້                ເຈີ້ຍແກ່ນຫນາກມີ້
ເຈີ້ຍເທື່ອນີ້                ເຈີ້ຍຫມົດທຸກຄົນ
ເຈີ້ຍເທື່ອນີ້                 ເຈີ້ຍເນາະ
ເມື່ອພະຍາໄດ້ຍິນຄຳເຊີ້ງເຍີ້ຍຂອງທ້າວກຳພ້າກໍຄິດຄຽດຈຶ່ງສັ່ງໃຫ້ສີພາຍທັງຫມົດພາຍເຮືອເຈີດໄປໃສ່ເຮືອກຳພ້າຫວັງຈະຕຳເຮືອຂອງກຳພ້າໃຫ້ຫລົ້ມ ແລະ ໃຫ້ກຳພ້າຈົມນ້ຳຕາຍ ເມື່ອພະຍານາກທີ່ແປງກາຍເປັນເຮືອຂອງກຳພ້າເຫັນແນວນັ້ນຈຶ່ງຟາດຟອງນ້ຳໃຫ້ຍວກຍູ້ເກີດຝົນຕົກລົມແຮງ; ເຮັດໃຫ້ເຮືອຂອງພະຍາຫລົ້ມ ແລະ ທຸກຄົນຢູ່ໃນເຮືອກໍຈົມນ້ຳຕາຍ.
ເມື່ອເຫັນຄວາມສາມາດ ແລະ ບຸນປາລະມີຂອງທ້າວກຳພ້າໄພ່ຟ້າລາຊາດອນຈຶ່ງເຫັນດີແຕ່ງຕັ້ງໃຫ້ກຳພ້າ ແລະ ລູກສາວພະຍາອິນຂຶ້ນປົກຄອງບ້ານເມືອງສືບແທນ ນັບແຈ່ນັ້ນເປັນຕົ້ນມາແລ...


  The story of an orphan boy and a god

ຂຽນໂດຍ: ສີພອນ ແສງວັນດີ

A long time a go there was an old man and his son. The son’s name was Toukata. They had a difficult life and the people in the village didn’t want them to stay there. Toukata and his father decided to leave the village and go live in the forest, far away where no one else lived. They lived quietly in the forest for a long time and were happier than when they lived in the village.
After a while, Toukata’s fater became ill. Toukata didn’t know how to help his father. Toukata’s father got worse and told his son, “My dear son, I am not getting better. If I die, carry me away to bury my body, and then build a house above my plot. I will help you in the future.” When his father had finished speaking, he died. After his father’s death, as he had no one to look after him. He did all the things that his father had asked him to do, and became an honest worker.
After a while, he made friends with a dog and took him to work one day. The dog started barking very loudly, as if a snake had bitten him. Toukata ram after him and saw the dog standing next to a big egg. The egg was as big as the dog’s leg. Toukata picked up the egg and put it in a jar in his house. The next morning, he went to work as always. When he got back in the evening, someone had prepared food for him. Toukata was afraid that they might have poisoned the food, so he decided not to eat it. The next day he was so hungry that he decided to eat the food anyways. He stayed up all night hoping nothing would happen to him. There was so much food that he ate it for the next three or four days.
To ­­­­­Be Continued...

He wanted to know who had prepared the food, so one day Toukata hid in the ceiling instead of going to work. He saw a beautiful girl come out of the jar that had the egg in it. He watched the egg jar to see if anything else would happen, while the girl did housework. Eventually, he climbed down from the ceiling to see the girl, moving solely, to not frighten her. Nonetheless, she shouted at him: “Mister, please don’t kill me ! ”.
Toukata replied, “Don’t be afraid of me. I will not harm you. I want you to be my wife”. As she could not get back into the egg jar, she agreed to be his wife. They became husband and wife and stayed happily together.
One day, when the weather was nice, a hunter from the city was walking in the forest when he came upon a small hut. He quietly crept close to it and there he saw Toukata’s wife sitting. He thought, “Oh ! Toukata’s wife is so beautiful ! She is too beautiful for him. She should be the wife of the city god”.­
The hunter hurried back to the city and told the city got how beautiful Toukata’s wife was. The city god listened to the hunter’s story and agreed that he wanted her to be his wife. He decided that he should fight Toukata for his wife. He told his messengers to tell Toukata, “The city god wants you to get a fighting cock to battle the city god’s fighting cock. If your cock wins, the city god will leave you in peace. If your cock loses, then the city god will kill you and take your wife to be his wife”.
To ­­­­­Be Continued...


 
 

ไม่มีความคิดเห็น:

แสดงความคิดเห็น