ຕອນທີ່ ໑ ຊົມພູທະວີບ
"ຊົມພູທະວີບ"ໃນປັດຈຸບັນນີ້ໄດ້ແກ່ດິນແດນຂອງປະເທດອິນເດຍ,ເນປານ,ບັງກະລາເທດ,ປາກິດສະຖານແລະພູຖານ;ເປັນດິນແດນທີ່ມີຄວາມອຸດົມສົມບູນໄປດ້ວຍຊັບພະຍາກອນທຳມະຊາດທີ່ຫລາກຫລາຍແຕ່ເດີມດິນແດນແຫ່ງນີ້ມີຊາວມິລັກຂະອາໄສຢູ່ແຕ່ຍ້ອນຂາດການສຶກສາບໍ່ມີລະບຽບແຜນໃນການບໍລິຫານການປົກຄອງຈຶ່ງເປັນເຫດໃຫ້ຊາວອະຣິຍະກະເຊິ່ງອົບພະຍົບມາຈາກພູເຂົາຫິມະໄລມາອາໄສຄວາມໄດ້ປຽບທາງດ້ານການສຶກສາ,ການບໍລິຫານການປົກຄອງ,ຮີດຄອງປະເພນີຊາວມິລັກຂະຈຶ່ງຕ້ອງຫຍັບຍ້າຍຖິ່ນຖານອອກໄປຢູ່ເຂດນອກ
ສ່ວນຊາວອະຣິຍະກະ
ກໍຈັດລະບຽບການປົກຄອງໃຫ້ເປັນປຶກແຜ່ນແຫນ້ນຫນາ ແລະ ຕັ້ງຖິ່ນຖານຂຶ້ນແທນ.
ຊົມພູທະວີບໃນສະໄຫມນັ້ນ
ໄດ້ແບ່ງເຂດການປົກຄອງອອກເປັນ
2 ເຂດໃຫຍ່ຄື:
1. ເຂດພາຍໃນ ເອີ້ນວ່າ:"ມັດຊິມະຊົນນະບົດ ຫລື ມັດທະຍົມປະເທດ" ເປັນເຂດສູນກາງຂອງຊົມພູທະວີບ
ທີ່ຊາວອະຣິຍະກະອາໄສຢູ່.
2. ເຂດພາຍນອກ ເອີ້ນວ່າ:"ປັດຈັນຕະຊົນນະບົດ ຫລື ປັດຈັນຕະປະເທດ" ເປັນເຂດຊາຍແດນພາຍນອກ
ຂອງຊົມພູທະວີບທີ່ຊາວອະຣິຍະກະອາໄສຢູ່.
ຕິດຕາມຕອນຕໍ່ໄປ......
ຕອນທີ່ ໒ ປະຊາຊົນ
ໃນຊົມພູທະວີບແບ່ງປະຊາຊົນອອກເປັນ 4 ວັນນະ ໂດຍຖືຫລັກຕາມລັກສະນະຂອງຫນ້າທີ່ວຽກງານ, ການສຶກສາ ແລະ ຄວາມເຊື່ອທາງສາສະຫນາຂອງປະຊາຊົນໃນສະໄຫມ
ນັ້ນ ດັ່ງນີ້:
1. ກະສັດ: ໄດ້ແກ່ພຣະຣາຊາ ແລະ ເຊື້ອພຣະວົງຕ່າງໆ
ມີຫນ້າທີ່ສຶກສາຂະຫນົບທຳນຽມ
ການປົກຄອງບ້ານເມືອງ, ຮັກສາຄວາມສະຫງົບສຸກ ແລະ ຄວາມເປັນເອກະລາດຂອງບ້ານເມືອງເພື່ອເຮັດໃຫ້ປະຊາຊົນຢູ່ເຢັນເປັນສຸກ.
2. ພຣາມ: ໄດ້ແກ່ນັກບວດ ຫລື ເຈົ້າລັດທິຕ່າງໆ
ມີຫນ້າທີ່ສຶກສາວິຊາການທາງສາສະຫນາ
ຕາມຄະຕິຄວາມເຊື່ອຂອງຕົນແລ້ວນຳມາສັ່ງສອນແກ່ມະຫາຊົນລວມທັງເປັນຜູ້ນຳໃນການປະກອບພິທີທາງສາສະຫນາ.
3. ແພດ: ໄດ້ແກ່ຂ້າລາດຊະການ
ມີຫນ້າທີ່ສຶກສາວິຊາອາຊີບຕາມທີ່ບັນພະບຸລຸດເຄີຍໄດ້ປະຕິ
ບັດກັນມາດ້ວຍການສືບຕໍ່ເພື່ອເຮັດໃຫ້ຍືນຍົງຫນັ້ນຄົງຢູ່ກັບເຊື້ອສາຍວົງຕະກູນເຊັ່ນ:
ເຮັດນາ, ເຮັດໄຮ່, ຄ້າຂາຍເປັນຕົ້ນ.
4.
ສູດ: ໄດ້ແກ່ກຳມະກອນ ຫລື ຄົນງານ ມີຫນ້າທີ່ຮັບຈ້າງ, ໃຊ້ແຮງງານຂອງຕົນ ເພື່ອ
ທຳມາຫາລ້ຽງຊີບ;ຄົນຈຳພວກນີ້
ເຖິງແມ່ນວ່າຈະມີຫລາຍໃນສັງຄົມກໍຕາມ ແຕ່ບໍ່ມີບົດບາດ ແລະ ອຳນາດໃນສັງຄົມ.
ຖ້າຈະປຽບທຽບແລ້ວຊົນຊັ້ນກະສັດ ແລະ ພຣາມ ຖືໄດ້ວ່າເປັນຊົນຊັ້ນສູງ; ແພດເປັນ
ຊົນຊັ້ນກາງ ສ່ວນສູດເປັນຊົນຊັ້ນຕ່ຳ. ໃນສັງຄົມສະໄຫມນັ້ນ ຈຶ່ງມີການຖືຕົວຫລາຍ; ຄົນທີ່
ມີວັນນະສູງກວ່າຈະລັງກຽດ ແລະ ດູຫມິ່ນຄົນທີ່ມີວັນນະຕ່ຳ ເຂົາເຈົ້າຈະບໍ່ຄົບຫາສະມາຄົມ
ກັບຄົນຕ່າງວັນນະເປັນອັນຂາດໂດຍສະເພາະວັນນະກະສັດເຖິງແມ່ນວ່າຈະເປັນວັນນະກະ
ສັດຄືກັນກໍຕາມກໍຍັງມີການດູຖູກບໍ່ຍອມຄົບຫາສະມາຄົມກັບເຊື້ອສາຍກະສັດອື່ນມີແຕ່ອະພິ
ເສກສົມລົດກັບຄົນໃນເຊື້ອສາຍຣາຊະຕະກູນດຽວກັນເທົ່ານັ້ນ.
ໃນກໍລະນີ ທີ່ມີການຄົບຫາສະມາຄົມກັບຄົນຕ່າງວັນນະແລ້ວມີບຸດເກີດຂຶ້ນກໍຈະກາຍເປັນຄົນອີກຈຳພວກຫນຶ່ງ ເຊິ່ງຈັດເປັນຄົນທີ່ມີຊົນຊັ້ນຕ່ຳທີ່ສຸດໃນສັງຄົມຈະຖືກດູຫມິ່ນປະມາດຍິ່ງກວ່າຊົນຊັ້ນສູດອີກຫລາຍເທົ່າເຊັ່ນ:ບຸດທີ່ເກີດຈາກມານດາເປັນຊົນຊັ້ນພຣາມບິດາເປັນຊົນຊັ້ນສູດບຸດທີ່ເກີດມານັ້ນຈະຖືກເອີ້ນວ່າ"ຈັນທານ"ເຊິ່ງ ຫມາຍເຖິງຊົນຊັ້ນທີ່ຊົ່ວຊ້າທີ່ສຸດ.
ຄຳສັບ:
ອະພິເສກສົມລົດ : ການແຕ່ງງານ
ຕິດຕາມຕອນຕໍ່ໄປ...
ຕອນທີ່ ໓ ຄວາມຄິດ ຄວາມເຊື່ອ
ໃນຍຸກນັ້ນເວົ້າໄດ້ວ່າເປັນຍຸກສະໄຫມທີ່ມີນັກຄິດ,ນັກປັດສະຍາ ແລະ ຜູ້ສົນໃຈສະແຫວງຫາທັມກັນຢ່າງຫລວງຫລາຍເຮັດໃຫ້ມີຄວາມຄິດຄວາມເຊື່ອເລື່ອງ ການເກີດ ແກ່ ເຈັບ ຕາຍ ສຸກ ທຸກ ແຕກຕ່າງກັນອອກໄປ. ເວົ້າສະເພາະເລື່ອງການເກີດ ການຕາຍ ໄດ້ແບ່ງອອກເປັນ ໒ ປະເພດຄື:
໑. ພວກທີ່ມີຄວາມເຊື່ອວ່າ ຄົນຕາຍແລ້ວເກີດອີກ
໒. ພວກທີ່ມີຄວາມເຊື່ອວ່າ ຄົນຕາຍແລ້ວບໍ່ເກີດອີກ
ຈຳພວກທີ່ມີຄວາມເຊື່ອວ່າ ຕາຍແລ້ວເກີດອີກ ຍັງເຊື່ອຕ່າງກັນອອກໄປອີກ ໒ ຝ່າຍຄື:ຈຳພວກຫນຶ່ງເຊື່ອວ່າຊາດນີ້ເກີດເປັນອັນໃດຊາດຕໍ່ໄປກໍຈະເກີດເປັນອັນນີ້ອີກ; ອີກຈຳພວກຫນຶ່ງມີຄວາມເຊື່ອວ່າຊາດນີ້ເກີດເປັນອັນໃດຊາດຕໍ່ໄປອາດຈະເກີດເປັນອັນອື່ນ(ບໍ່ຄືເກົ່າ). ຄົນຈຳພວກທີ່ມີຄວາມເຊື່ອວ່າຕາຍແລ້ວເກີດອີກນີ້ ຈຶ່ງຮີບເລັ່ງປະພຶດຕົນໃຫ້ດີ, ໃຫ້ຢູ່ໃນຂອບເຂດຂອງສາສະຫນາເພື່ອນຳພາຊີວິດໃຫ້ໄດ້ພົບພໍ້ແຕ່ສິ່ງດີໆໃນຊາດພົບຕໍ່ໄປ.
ຈຳພວກທີ່ມີຄວາມເຊື່ອວ່າຕາຍແລ້ວບໍ່ເກີດອີກ ກໍມີຄວາມເຊື່ອທີ່ແຕກຕ່າງກັນອອກໄປອີກເປັນ ໒ ຝ່າຍຄື: ຈຳພວກຫນຶ່ງເຊື່ອວ່າຕາຍແລ້ວສູນຫາຍທັງຫມົດ, ອີກຈຳພວກຫນຶ່ງເຊື່ອວ່າຕາຍແລ້ວສູນຫາຍພຽງບາງສ່ວນ. ຄົນຈຳພວກທີ່ມີຄວາມເຊື່ອວ່າຊີວິດຫລັງຈາກຄວາມຕາຍສູນຫາຍບໍ່ກັບມາເກີດອີກນີ້ ຈຶ່ງພະຍາຍາມສະແຫວງຫາຄວາມສຸກ, ຄວາມສະຫນຸກສະຫນານໃນຊາດນີ້ເທົ່ານັ້ນ ໂດບໍ່ສົນໃຈເລື່ອງບາບ ບຸນ ຄຸນ ໂທດ ຫຍັງເລີຍຂໍພຽງແຕ່ເຮັດໃຫ້ຕົນເອງມີຄວາມສຸກສະຫນຸກສະຫນານໃນຊາດນີ້ກໍພໍ.
ຄົນທີ່ມີຄວາມເຊື່ອທັງສອງປະເພດນີ້ ຍັງມີທັດສະນະຄະຕິຕໍ່ເລື່ອງ ການໄດດີມີສຸກ ແລະ ການຕົກຢູ່ໃນຄວາມທຸກຍາກລຳບາກແຕກຕ່າງກັນໄປຄື:
໑. ຄົນຈະມີຄວາມສຸກ ຫລື ຄວາມທຸກບໍ່ມີເຫດປັດໄຈມາດົນບັນດານ, ຈະສຸກກໍສຸກເອງຈະທຸກກໍທຸກເອງເມື່ອມີທັດສະນະຄະຕິແນວນີ້ຈຶ່ງບໍ່ສົນໃຈທຳມາຫາກິນລ້ຽງຊີບ ຄອຍແຕ່ສ່ຽງໂຊກສ່ຽງວາດສະຫນາໄປແຕ່ລະວັນ.;
໒. ຄົນຈະມີຄວາມສຸກ ຫລື ຄວາມທຸກເພາະມີເຫດປັດໄຈມາດົນບັນດານໃຫ້ເປັນໄປ, ຄົນຈຳພວກນີ້ແບ່ງອອກເປັນ ໒ ຝ່າຍຄື: ຝ່າຍຫນຶ່ງເຫັນວ່າມີປັດໄຈພາຍນອກເຊັ່ນ: ເທວະດາ ຫລື ເທບພະເຈົ້າເປັນຜູ້ບົງການຊີວິດຢູ່ເບື້ອງຫລັງ ເມື່ອມີຄວາມເຊື່ອແນວນີ້ ຈຶ່ງພ້ອມພາກັນປະກອບພິທີການບວງສວງບູຊາ ແລະ ສູດມົນອ້ອນວອນຂໍພອນເພື່ອໃຫ້ເທບພະເຈົ້າບັນດານຄວາມສຸກມາໃຫ້ແກ່ຕົນ. ອີກຝ່າຍຫນຶ່ງເຫັນວ່າມີປັດໄຈພາຍໃນຄື: ກັມ (ການກະທຳ) ຂອງຕົນເອງນີ້ທີ່ເປັນຜູ້ດົນບັນດານໃຫ້ຊີວິດໄດ້ຮັບຄວາມສຸກ ຫລື ຄວາມທຸກເມື່ອມີຄວາມເຊື່ອແນວນີ້ຈຶ່ງເລື່ອກກະທຳແຕ່ກັມດີ ເພື່ອຊີວິດຈະໄດ້ຮັບແຕ່ສິ່ງດີໆຕະຫລອດໄປ.
ຕິດຕາມຕອນຕໍ່ໄປ...
ຕອນທີ່ ໔ ການນັບຖືສາສະຫນາ
ຄົນໃນຍຸກນັ້ນສ່ວນໃຫຍ່ແມ່ນນິຍົມນັບຖືສາສະຫນພຣາມປະຕິບັດຕາມຄຳສັ່ງສອນໃນຄຳພີໄຕເພດ
ເຊິ່ງມີຫລັກຄຳສັ່ງສອນສຳຄັນວ່າໂລກນີ້ມີເທວະດາເປັນຜູ້ສ້າງຂຶ້ນຈຶ່ງມີເທວະດາປະຈຳຢູ່ສະຖານທີ່ຕ່າງໆ
ຖ້າວ່າຜູ້ໃດຢາກໄດ້ ຫລື ຕ້ອງການສິ່ງໃດກໍໃຫ້ປະກອບພິທີກຳບວງສວງ ບູຊາອອ້ນວອນຂໍພອນເທວະດາປະຈຳຢູ່ສະຖານທີ່ນັ້ນໆກໍຈະດົນບັນດານໃຫ້ສົມຄວາມປາຖະຫນາທຸກສິ່ງທຸກປະການ.
ອີກປະການຫນຶ່ງຄົນໃນຍຸກນັ້ນຍັງມີວິທີສະແຫວງຫາຄວາມພົ້ນທຸກດ້ວຍການພ່ຳເພັງທໍລະມານຮ່າງກາຍເຊັ່ນ: ຢືນຍົກມືຂຶ້ນເບື້ອງດຽວ, ນອນຢູ່ເທິງເຫລັກຕະປູ, ນັ່ງຢູ່ກາງແດດ, ອົດອາຫານ ໂດຍເຂົ້າໃຈວ່າການກະທຳແນວນີ້ເປັນການທຳລາຍກິເລດໃຫ້ຫມົດສິ້ນໄປ
ແລະ ຖ້າຫາກວ່າເສຍຊີວິດໄປເພາະການພ່ຳເພັງແນວນີ້ກໍຈະໄດ້ບຸນຫລາຍ.
ຕິດຕາມຕອນຕໍ່ໄປ...
ຕອນທີ່ ໕ ສັກກະຊົນນະບົດ
ແລະ ສາກະຍະວົງ
ສັກກະຊົນນະບົດມີດິນແດນຕັ້ງຢູ່ທາງທິດເຫນືອຂອງຊົມພູທະວີບ
ເຂດປະເທດຫິມະພານ (ເຂດພູເຂົາຫິມະໄລ ຕິດຈອດຊາຍແດນລະຫວ່າງອິນເດຍກັບເນປານ) ສາເຫດທີ່ຖືກເອີ້ນຊື່ແນວນີ້ກໍເພາະວ່າການຖືເອົາຕາມພູມີປະເທດຄືຕາມພູມສັນຖານທີ່ຕັ້ງຂອງສັກກະຊົນນະບົດເມື່ອກ່ອນທີ່ເປັນດົງໄມ້ສັກກະ.
ສາກະຍະວົງຕາມຕຳນານກ່າວວ່າມີນະຄອນແຫ່ງຫນຶ່ງທີ່ບໍປາກົດຊື່
ຕັ້ງຢູ່ບໍໄກຈາກສັກກະຊົນນະບົດມີ ພຣະເຈົ້າໂອກກາກະຣາດ ເປັນພຣະເຈົ້າແຜ່ນດິນຊົງມີ
ຣາຊະໂອຣົດ ໔
ພຣະອົງ ແລະ ພຣະຣາຊະທິດາ ໕ ພຣະອົງປະສູດຈາກພຣະມະເຫສີ
ໃນເວລາຕໍ່ມາພຣະມະເຫສີໄດ້ສະຫວັນນະຄົດ (ເສຍຊີວິດ) ພຣະອົງຊົງມີມະເຫສີອົງໃຫມ່ອີກມະເຫສີອົງນີ້ໄດ້ປະສູດພຣະໂອຣົດ
໑ ອົງເຮັດໃຫ້ພຣະເຈົ້າໂອກກາກະຣາດມີຄວາມປິຕິໂສມະນັດຢ່າງຍິ່ງ
ຈຶ່ງໄດ້ກ່າວປະທານພອນໄວ້ວ່າຖ້າຢາກໄດ້ສິ່ງໃດກໍຈະໃຫ້ຕາມທີ່ຂໍ. ເມື່ອພຣະມະເຫສີອົງໃຫມ່ໄດ້ໂອກາດຈຶ່ງຂໍຣາຊະສົມບັດໃຫ້ແກ່ພຣະໂອຣົດຂອງຕົນເຖິງແມ່ນວ່າພຣະເຈົ້າໂອກກາກະຣາດຈະຕັດຫ້າມຫລາຍຄັ້ງ
ແຕ່ພຣະນາງບໍ່ຍ່ອມຟັງຮ້ອງຂໍອ້ອນວອນຢູ່ແນວນັ້ນ; ທຳມະດາຜູ້ເປັນກະສັດຍ່ອມຕັດແລ້ວບໍ່ຄືນຄຳຢ້ານຕົນເອງຊິເສຍສັດຈະຈຶ່ງຍ່ອມພຣະຣາຊະທານຣາຊະສົມບັດຕາມຄຳຂໍຂອງພຣະນາງ
ແລະ ຊົງມີພຣະດຳລັດສັ່ງໃຫ້ພຣະຣາຊະໂອຣົດ ໔ ພຣະອົງ, ພຣະຣາຊະທິດາ ໕ ພຣະອົງ ອອກໄປສ້າງເມືອງຢູ່ໃຫມ່; ພຣະຣາຊະໂອຣົດ ແລະ ພຣະຣາຊະທິດາຈຶ່ງຂາບທູນລາແລ້ວພານາຍຊ່າງຜູ້ມີສີມື, ຊາວນາ ແລະ ສັດລ້ຽງຈຳນວນຫນຶ່ງໄປສ້າງພຣະນະຄອນໃຫມ່ໃນດົງໄມ້ສັກກະ
ອັນເປັນທີ່ຢູ່ຂອງກະບິນດາບົດໃກ້ໆກັບພູເຂົາຫິມພານ ແລະ ຕັ້ງຊື່ພຣະນະຄອນໃຫມ່ວ່າ: ກະບິນລະພັດ. ຫລັງຈາກນັ້ນພຣະຣາຊະໂອຣົດ ແລະ ພຣະຣາຊະທິດາກໍໄດ້ອະພິເສກສົມຣົດເຊິ່ງກັນແລະກັນ
ຍົກເວັ້ນພຣະມານດາອົງດຽວ ແລະ ຊ່ວຍກັນປົກຄອງເມືອງສືບຣາຊະວົງເປັນລຳດັບມາ.
ເມື່ອພຣະເຈົ້າໂອກກາກະຣາດຊົງຊາບຂ່າວວ່າພຣະຣາຊະໂອຣົດ ແລະ
ພຣະຣາຊະທິດາຂອງຕົນໄດ້ສ້າງພຣະນະຄອນໃຫມ່ສຳເລັດແລ້ວ ຈຶ່ງມີຄວາມຊົມຊື່ນຍິນດີເປັນຢ່າງຍິ່ງທັງຊົງໃຫ້ຄວາມຫມາຍວ່າ:“ສັກກະ ແປວ່າ ຜູ້ສາມາດ” ຍ້ອນແນວນີ້ກະສັດຜູ້ຄອງນະຄອນກະບິນລະພັດຈຶ່ງມີນາມວ່າ: ສາກະຍະວົງ.
ຕິດຕາມຕອນຕໍ່ໄປ...
ไม่มีความคิดเห็น:
แสดงความคิดเห็น